ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດ​ຫຸ້ມ​ເກາະ​ຍິງ​ລະເບີດ​ຕີນ​ຢາງ​ ຂອງ​ມາ​ເລ​ເຊຍ ​ຮຸ້ນ Buraq


     ອີງ​ຕາມ​ຂໍ້​ມູນ​ຈາກ​ກອງທັບມາ​ເລ​ເຊຍ​ ລະບຸ​ວ່າ: Buraq 4x4 ເຊິ່ງ​ເປັນລະບົບ​ເຄື່ອງຍິງ​ລູກ​ລະເບີດ​ທີ່​ມີ​ຂະໜາດ​ເບົາ​ທີ່​ສຸດ​ໃນ​ໂລກ,
ລະບົບເຄື່ອງຍິງລູກ​ລະເບີດ​ຂະໜາດ 120​ ມມ ໄດ້​ມີ​ຂີດ​ຄວາມສາມາດ​ໃນ​ການ​ຍິງ​ສະໜັບສະໜູນ​ສຳລັບ​ໜ່ວຍ​​ປະຕິບັດງານ​ເຄື່ອນ​ທີ່​ໄວ
ລະບົບດັ່ງກ່າວ ​ໄດ້​ຮັບ​ການ​ພັດທະນາ​ໃຫ້​ຫຼີກ​ລ້ຽງ​ຜົນ​ກະທົບ​ຈາກ​ແຮງ​ທົດ​ຖອຍ​ໃນ​ໄລຍະ​ປະຕິບັດ​ການ​ຍິງ ເຊິ່ງ​ເປັນ​ການ​ແກ້​ໄຂ​ບັນຫາ​ປະ
ຕິບັດ​ການ​ທີ່​ເກີດ​ກັບ​ລະບົບ. ລະບົບ​ຍິງ​ລູກ​ລະເບີດ​ສ່ວນ​ຫຼາຍ​ໃນ​ປັດຈຸບັນ​ມີ​ຂະໜາດ​ໃຫຍ່​ຫຼາຍ ເຊິ່ງ​ມີ​ຄວາມ​ຈຳເປັນ​ໃນ​ການ​ເສີມ​ຄວາມ​
ແຂງ​ແກ່ນ​ໃຫ້​ລະບົບ ແລະ ຕ້ອງ​ໃຊ້​ລົດ​ລາກ​ແກ່​ທີ່​ມີ​ຂະໜາດ​ໃຫຍ່.

     ລະບົບ​ເຄື່ອງ​ຍິງ​ລູກ​ລະເບີດ​ຂະໜາດ​ເບົາ Buraq 4x4 ຖືກ​ພັດທະນາໂດຍ​ບໍລິສັດ New Technologies Global Systems
(NTGS) ຂອງ​ແອັດ​ສະ​ປາຍ ຖືກ​ອອກ​ແບບ​ມາ​ເພື່ອ​ຕິດ​ຕັ້ງ​ໃສ່​ລົດ​ແກ່​ຖານ ໂດຍ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ລະບົບ​ຮັບ​ແຮງ​ດັນ​ເພີ່ມ​ຕື່ມ, ພ້ອມ​ທັງ​ມີ​
ຄວາມ​ສະດວກ​ໃນ​ການ​ເຄື່ອນທີ່ ແລະ ສາມາດ​ເຄື່ອນ​ທີ່​ໄດ້​ໄວ, ໃຊ້​ງານ​ໄດ້​ງ່າຍ. ລະບົບດັ່ງກ່າວມີ​ຂະໜາດທໍ່​ຍິງ 81 ​ມມ ຫຼື 120 ​ມມ ມີ​
ປະສິດທິພາບ​ໃນ​ການ​ຍິງ, ມີ​ລະບົບ​ເລັງ​ດ້ວຍ​ແສງ​ເລ​ເຊີ, ມີລະບົບການ​ຍິງ​ແບບ​ໄຟຟ້າ​ເຮັດ​ໃຫ້​ປະຕິບັດ​ການ​ຍິງ​ໄດ້​ດ້ວຍ​ຄວາມ​ໄວ ແລະ ມີ​
ຄວາມ​ແມ້ນ​ຢຳ​ສູງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/03/2024